ກ່ຽວກັບພວກເຮົາ

HUBBULL ແມ່ນຫຍັງ?

Hubbull.com ແມ່ນເວບໄຊໃຫ້ຄວາມຮູ້ ກ່ຽວກັບການເທຣດ Forex, ທອງຄຳ (Gold),  ຫຸ້ນ (Stock) , ຄຣິບໂຕ (Crypto Currency) ແລະ ສິນຊັບ Digital… ນຳສະເໜີຂໍ້ມູນຂ່າວສານ ກິດຈະກຳ ແລະ ເຄື່ອງມືຕ່າງໆທີ່ເປັນປະໂຫຍດໃຫ້ກັບນັກລົງທຶນ. ໃຫ້ຂໍ້ມູນຢ່າງກົງໄປກົງມາ

ເວບໄຊ Hubbull.com ບໍ່ໄດ້ປະກອບທຸລະກິດນາຍໜ້າຊື້ຂາຍ (Broker) ບໍ່ໄດ້ມີການຊັກຊວນການລົງທຶນຊື້ຂາຍຊັບສິນໃດໆ ບໍ່ມີການລະດົມທຶນກ່ຽວກັບການລົງທຶນ ແລະ ບໍ່ມີການຮັບປະກັນຜົນຕອບແທນໃດໆ

ເປົ້າໝາຍຂອງເຮົາສ້າງເພື່ອມຸ່ງເນັ້ນໃຫ້ຄວາມຮູ້ສຸ່ຊຸມຊົນຢ່າງຖືກຕ້ອງ ແລະ ສອດຄ່ອງກັບຄວາມຈິງ ບໍ່ຢາກໃຫ້ເທຮດເດີຄົນລາວຕົກເປັນເຫຍື່ອມິດສາຊີບທີ່ເອົາ Forex ເປັນເຄື່ອງມືຫາກິນ, ໃຫ້ເຂົ້າໃຈແກ່ນແທ້ຂອງການເທຣດ Forex ຄວນເລີ່ມຕົ້ນແບບໃດ ກຳໄລຂາດທຶນແບບໃດ.

ເຮົາມີວັດຖຸປະສົງຫຼັກ ແມ່ນການແບ່ງປັນ ແລະ ເຜີຍແຜ່ສິ່ງທີ່ເປັນປະໂຫຍດໃຫ້ກັບເທຣເດີ ເຮົາມີຄວາມຕັ້ງໃຈແບ່ງປັນ ຂໍ້ມູນທີ່ເປັນຄຸນະພາບໃຫ້ດີທີ່ສຸດ ບໍ່ວ່າຈະເປັນຮູບພາບ, ບົດຄວາມ ແລະ ສື່ໃນຮູບແບບຂອງວິດີໂອ