ຄວາມຮູ້ກ່ຽວກັບ Forex Broker
3 ລະດັບຄວາມໜ້າເຊື່ອຖືໃບອະນຸຍາດ Forex Broker
ໂດຍ Hubbull
ອັບເດດ 10/12/2024
Table of Contents
Broker ປຽບສະເໝືອນທະນາຄານບ່ອນຝາກເງີນເງີນຂອງນັກລົງທຶນ ດັ່ງນັ້ນ ກ່ອນເຮົາຈະລົງທຶນເທຣດ Forex, ທອງຄຳ, ຄຣີບໂຕ ແລະ ສິນຄ້າອື່ນໆ ຕ້ອງເລືອກ Broker ທີ່ມີຄວາມໜ້າເຊື່ອຖື ແລະ ເປັນໂບຣເກີທີ່ດຳເນີນທຸລະກິດມາແລ້ວຢ່າງຕ່ຳ 5-10ປີ ທີ່ບໍ່ມີປະຫວັດການໂກງລູກຄ້າ.
ສຳລັບຄົນລາວ ແອັດຢາກໃຫ້ເລືອກ Broker ທີ່ມີ license ລະດັບທີ່1 ແລະ ທີ2 ໄວ້ກ່ອນ, ຕ້ອງເລືອກໂບຣເກີທີ່ສາມາດຝາກຖອນຜ່ານທະນາຄານລາວ, ມີ Laos Support , Live chat Support.
ຄວາມໜ້າເຊື່ອຖືໃບອະນຸຍາດ Forex Broker
ໃບອະນຸຍາດ Forex Broker (license forex broker) ມີຫລາກຫລາຍ ເຮົາຈຶງບໍ່ຄວນເບີ່ງພຽງວ່າໂບຣກນັ້ນໆມີອະນຸຍາດ
ແລ້ວເຮົາກໍສາມາດເທຣດໄດ້ເລີຍ. ເນື່ອງຈາກວ່າແຕ່ລະໃບອະນຸຍາດມີຄວາມຫນ້າເຊື່ອຖືທີ່ແຕກຕ່າງກັນ
ນຶກພາບງ່າຍໆ ເຊັ່ນ Forex Broker ທີ່ມີໃບອະນຸຍາດຈາກປະເທດຫມູ່ເກາະນ້ອຍໆ ທຽບກັບ Forex Broker ທີ່ມີໃບອະນຸຍາດຈາກປະເທດສະຫາລັດ ທ່ານຄິດວ່າຄວນເລືອກເທຣດກັບ Broker ໃດດີກວ່າກັນ
ແນ່ນອນຄຳຕອບນັ້ນທ່ານຄົງຮູ້ດີ…
ດັງນັ້ນເຮົາໄປເບີ່ງກັນເລີຍວ່າໃບອະນຸຍາດແຕ່ລະໃບທີ່ Forex Broker ໄດ້ຮັບນັ້ນມີຄວາມຫນ້າເຊື່ອໃນລະດັບໃດ
ໃບອະນຸຍາດ Forex Broker ລະດັບທີ1 (ທີ່ໜ້າເຊື່ອຖືສູງ)
ນີ້ແມ່ນໃບອະນຸຍາດທີ່ອອກໂດຍຫນ່ວຍງານຂອງລັດທະບານຂອງປະເທດທີ່ມີຄວາມຫນ້າເຊື່ອຖືສູງ
- Australian Securities & Investment Commission (ASIC) ອົດສະຕາລີ
- Canadian Investment Regulatory Organization ປະເທດແຄນນາດາ
- Securities Futures Commission (SFC) ເຂດບໍລິຫານພິເສດຮົ່ງກົງ
- Japanese Financial Services Authority (JFSA) ປະເທດຍີ່ປຸ່ນ
- Monetary Authority of Singapore (MAS) ປະເທດສິງກະໂປ
- Swiss Financial Market Supervisory Authority (FINMA) ປະເທດສະວິດເຊີແລນ
- Financial Conduct Authority (FCA) ສະຫະປະຊາຊະອານາຈັກ (ປະເທດອັງກິດ Scotland Wales ແລະໄອແລນເໜືອ)
- National Futures Association (NFA) ປະເທດສາຫະລັດ
- Bundesanstalt für Finanzdienstleistungsaufsicht (BaFin) ປະເທດເຢຍລະມັນ
- Commissione Nazionale per le Società e la Borsa (Consob) ປະເທດອີຕາລີ
- Comisión Nacional del Mercado de Valores (CNMV) ປະເທດສະເປນ
- Financial Markets Authority (FMA) ປະເທດນີວຊີແລນ
- Central Bank of Ireland (CBI) ປະເທດໄອແລນ
- Polish Financial Supervision Authority (KNF) ປະເທດໂປແລນ
ໃບອະນຸຍາດ Forex Broker ລະດັບທີ2 (ທີ່ໜ້າເຊື່ອຖືປານກາງ)
ນີ້ແມ່ນໃບອະນຸຍາດທີ່ອອກໂດຍຫນ່ວຍງານຂອງລັດທະບານຂອງປະເທດທີ່ມີຄວາມຫນ້າເຊື່ອປານກາງ
- China Banking Regulatory Commission (CBRC) ປະເທດຈີນ
- Cyprus Securities & Exchange Commission (CySEC) ປະເທດໄຊປຣັສ
- Israel Securities Authority (ISA) ປະເທດອິສລາເອວ
- Central Bank of Russia (CBR) ປະເທດລັດເຊຍ
- Financial Sector Conduct Authority (FSCA) ປະເທດອາຟຣິກາໃຕ້
- Securities and Exchange Commission (SEC) ປະເທດໄທ
- Dubai Financial Services Authority (DFSA) ປະເທດສະຫະລັດເອມີເຣດ
- Abu Dhabi Global Markets (ADGM) ປະເທດສະຫະລັດເອມີເຣດ
- Labuan Financial Services Authority (Labuan FSA) ປະເທດມາເລເຊຍ
ໃບອະນຸຍາດ Forex Broker ລະດັບທີ3 (ທີ່ໜ້າເຊື່ອຖືຕ່ຳ)
ນີ້ແມ່ນໃບອະນຸຍາດທີ່ອອກໂດຍຫນ່ວຍງານຂອງລັດທະບານຂອງປະເທດທີ່ມີຄວາມຫນ້າເຊື່ອຕໍ່າ
- Securities Commission of the Bahamas (SCB) ປະເທດບາຮາມາສ
- International Financial Services Commission (IFSC) ປະເທດເບລີ
- Bermuda Monetary Authority (BMA) ອານາຈັກເບີມິວດາ
- Financial Services Commission (BVIFSC) ອານາຈັກຫມູ່ເກາະເວີຈິນ
- Cayman Islands Monetary Authority (CIMA) ອານາຈັກຫມູ່ເກາະເຄ໌ຍແມນ
- Mauritius’ Financial Services Commission (FSC) ປະເທດມໍລີເຊຍ
- Vanuatu Financial Services Commission (VFSC) ປະເທດວານູອາຕູ
- FINANCIAL SERVICES AUTHORITY Saint Vincent & The Grenadines (SVGFSA) ປະເທດເຊນວິນແຊນແລະເກຣນາດີນ
- Financial Services Authority Seychelles (FSA Seychelles) ປະເທດເຊເຊລສ
- Central Bank of Curaçao and Sint Maarten (CBCS) ປະເທດຄູຣາເຊົາແລະຊິນມາເຕິນ
- Capital Markets Authority (CMA) ປະເທດເຄນຍາ
- The Estonian Financial Supervisory Authority (FI) ປະເທດເອສໂຕເນຍ
- Marshall Islands Business Corporations Act (MIBS) ຫມູ່ເກາະມາເຊລສ
- MWALI International Services Authority (Comoros) ສະຫະພາບຄໍໂມໂຣສ
- Malta Financial Services Authority (MFSA) ປະເທດມໍລາຕາ
ເຖິງແມ່ນວ່າ Broker ຈະໄດ້ຮັບໃບອະນຸຍາດລະດັບ 1 ກໍບໍ່ໄດ້ກະລັນຕີໄດ້ 100% ວ່າ Broker ນັ້ນຈະບໍ່ໂກງ (ແຕ່ກໍເປັນສິ່ງສຳຄັນອັບດັບຕົ້ນໆໃນການເລືອກ Broker ທີ່ຫນ້າເຊື່ອຖື ດັ່ງນັ້ນທ່ານຄວນເບີ່ງດ້ານອື່ນມາປະກອບນຳ ເຊັ່ນ: ຈຳນວນປີທີ່ເປີດໃຫ້ບໍລິການ ປະຫວັດການໂກງ ຈຳນວນຜູ້ໃຊ້ງານ ຣີວິວ ແລະອື່ນໆ…
ເຂົ້າຮ່ວມຊົນຊຸມຂອງເຮົາໃນ Whatsapp
ມາເປັນສ່ວນໜຶ່ງຂອງຊຸມຊົນເຮົາໃນWhatsapp ຕິດຕາມຂໍ້ມູນຂ່າວສານ, ການຮຽນຮູ້ ແລະ ເຕີບໂຕໄປດ້ວຍກັນ.