lao forex

Forex ແມ່ນຫຍັງ?

Forex ແມ່ນຕະຫຼາດແລກປ່ຽນເງີນຕາລະຫວ່າງປະເທດ Forex ຫຍໍ້ມາຈາກ Foreign Exchange Market ຫຼື ຕະຫຼາດເພືອການເເລກປ່ຽນເກັງກຳໄລຊື້ຂາຍເງີນຕາຕ່າງປະເທດທົ່ວໂລກ ຕ່າງໆ ເຊັ່ນ EUR, USD, USD, JPY, LAK, THB…., ຕະຫຼາດ Forex ຈະເຊື່ອມຕໍ່ກັນດ້ວຍເຄື່ອຂ່າຍທະນາຄານທົ່ວໂລກເພື່ອອັບເດດລາຄາ ຕະຫຼາດ 24 ຊົ່ວໂມງ. ຕະຫຼາດ Forex ມູນຄ່າສູງທີ່ສຸດໃນໂລກ ດ້ວຍປະລິມານ 7.5 ລ້ານ ລ້ານ ໂດລາ (ອັບເດດປີ 2023) ແລະ ການເທຣດ Forex ແມ່ນ ການຊື້-ຂາຍ ເງິນຕາ ເພື່ອເກງກໍາໄລ ຜ່ານລະບົບທະນາຄານ ຫຼື ແພັດຟອມ ຂອງ Broker ໂດຍການເທຣດນັ້ນເປັນລັກສະນະການຖືສັນຍາຈະບໍ່ໄດ້ຖືເງີນ ຫຼື ສິນຊັບທີ່ແທ້ຈິງ ການເທຣດ Forex ແມ່ນຮູບແບບ CFD ( Contract For Difference  ເປັນສັນຍານການຊື້ຂາຍລ່ວງໜ້າປະເພດໜຶ່ງເຊີ່ງລວມກັບຕະຫຼາດ Forex, Indices, Commodities, Crypto)

ເນື້ອຫາ (ຄິກອ່ານ)

ຄຳສັບທີ່ຄວນຮູ້ກ່ຽວກັບການລົງທຶນໃນຕະຫຼາດ Forex

ສຳລັບນັກເທຣດມືໃໝ່ ຫຼື ຕ້ອງການເທຣດ Forex ເປັນອາຊີບຄວນທຳເຂົ້າໃຈແລະຮູ້ຈັກຄຳສັບທີ່ຈຳເປັນໃນຕະຫຼາດ Forex, ຫຼັກການທຳງານຂອງຄຳສັບ ແລະ ເຄື່ອງມື (Indicator) ຄວບຄູ່ກັບການຝືກວິເຄາະໃນພາກປະຕິບັດຕົວຈິງ ເພື່ອຄວາມຄຸ້ນເຄີຍກັບສະຖານະການຈິງໃນ Forex ໃຫ້ຫຼາຍທີ່ສຸດ ກ່ອນການລົງສະໜາມຈິງ ເພາະການເທຣດ Forex   ການຫຼີກລຽງການສູນເສຍ ຫຼຸດຄວາມສ່ຽງທີ່ອາດຈະເກີດຂຶ້ນໃຫ້ໄດ້ຫຼາຍທີ່ສຸດຖືວ່າເປັນຫົວໃຈຫຼັກຂອງນັກລົງທຶນ.

  1. Balance ແມ່ນ ຈຳນວນເງີນທີ່ມີໃນພອດ.
  2. Equity ແມ່ນຈຳນວນເງີນທີ່ໃນພອດໃນປັດຈຸບັນສະແດງຜົນແບບ Realtime ຕາມ Position
  3. Credit ແມ່ນ ເງີນໂບນັດທີ່ທາງ Broker ໃຫ້ມາເປັນໂປໂມຊັ່ນ.
  4. Margin ແມ່ນຈຳນວນເງີນຫຼັກປະກັນໃນເປີດ Order.
  5. Free Margin ແມ່ນຈຳເງີນຫຼັກປະກັນທີ່ຍັງສາມາດອອກ Order ໄດ້.
  6. Margin Call ແມ່ນສັນຍານແຈ້ງເຕືອນຈາກ Broker ວ່າ Margin ເຫຼືອໜ້ອຍ.
  7. Oder ແມ່ນຄຳສັ່ງຊື້ຂາຍທີ່ຕັ້ງລາຄາໄວ້ແລ້ວ.
  8. Profit ແມ່ນກຳໄລ ຫຼື ຂາດທຶນໃນການຊື້ຂາຍທັງໝົດ.
  9. Take Profit (TP) ແມ່ນຈຸດເປົ້າການທຳກຳໄລ.
  10. Stop Loss (SL) ແມ່ນຈຸດຕັດຂາດທຶນ.
  11. Lot Size ແມ່ນຂະໜາດ Volume ໃນການເທຣດ. 
  12. Points ແມ່ນໜ່ວຍນັບດັດສະນີເລີ່ມຈາກຫົວໜ່ວຍທີ່ໜ້ອຍສຸດ.
  13. Pips ແມ່ນໜ່ວຍນັບດັດສະນີ ເລີ່ມຕົ້ນຈາກຫົວ 10 ເຊີ່ງ 1Pip = 10Point
  14. Buy (Long Term) ແມ່ນຄຳສັ່ງຊື້.
  15. Sell (Short Term) ແມ່ນຄຳສັ່ງຂາຍ.
  16. Leverage ແມ່ນອັດຕາສ່ວນຄຳນວນ Margin ໃຫ້ເພີ່ມຂຶ້ນ ເພື່ອສາມາດນຳເງີນຈຳນວນໜ້ອຍເຂົ້າໄປຊຶ້ຂາຍເງີນຈຳນວນຫຼາຍຕາມ Contract Size 100,000$ ໄດ້. ຕົວຢ່າງ: ຖ້າເຮົາໃຊ້ Leverage ໃນການເທຣດ ເຮົາຕ້ອງມີເງີນຈຳນວນ 100,000ໂດລາ ເພື່ອວາງມັດຈຳເພື່ອເປີດອໍເດີ 1Lot.
  17. Bid Price ແມ່ນລາຄາທີ່ທາງ Broker ສະເໜີຂາຍ ໃນເວລາເຮົາກົດ Oder Sell.
  18. Ask Price ແມ່ນລາຄາທີ່ທາງ Broker ສະເໜີຊື້ໃນເວລາເຮົາກົດ Order Buy.
  19. Spread ແມ່ນ ສ່ວນຕ່າງລະຫວ່າງ Bid ແລະ  Ask ຫຼື ເອີ້ນອີກຢ່າງໜື່ງວ່າ ຄ່າທຳນຽມການຊື້ຂາຍໃນແຕ່ລະຄັ້ງທີ່ Broker ເກັບເອົານຳນັກລົງທຶນ.
  20. Bear Market ແມ່ນຕະຫຼາດຂາລົງ ຫຼື ຕະຫຼາດໝີ
  21. Bull Market ແມ່ນຕະຫຼາດຂາຂຶ້ນ ຫຼື ຕະຫຼາດ ກະທິງ.
  22.  Broker ແມ່ນບໍລິສັດທີ່ເຮັດໜ້າທີ່ເປັນຕົວກາງ ຮັບຄຳສັ່ງ-ຊື້ຂາຍ ສົ່ງເຂົ້າຕະຫຼາດ ເຊີ່ງລາຍໄດ້ເຂົາໄດ້ຈາກຄ່າທຳນຽມການຊື້ຂາຍຂອງນັກລົງທຶນ (Spreads)
  23. Central bank ແມ່ນໜ່ວຍງານລັດຖະບານທີ່ຄວບຄຸມນະໂຍບາຍທາງການເງີນຂອງປະເທດ (ຖ້າໃນປະເທດລາວ ທະນາຄານການແຫ່ງປະເທດລາວ Bank Of Laos (BOL)
  24. Currency ແມ່ນສະກູນເງີນ
  25. Currency Pair ແມ່ນຄູ່ເງີນ
  26. Base Currency ແມ່ນ ສະກຸນເງີນຫຼັກ ຕົວຢ່າງ: USD/JPY USD ແມ່ນສະກຸນເງີນຫຼັກ ແລະ ທຸກຄັ້ງທີ່ແລກປ່ຽນຈະມີຄ່າເທົ່າກັບ 1 ສະເໝີ 1USD = 150.037JPY
  27. Quote Currency  ແມ່ນສະກຸນເງີນອ້າງອີງ ຫຼື ສະກຸນເງີນສຳຮອງ ຕົວຢ່າງ: USD/JPY , JPY ແມ່ນສະກຸນເງີນອ້າງອີງ.
  28. Indicator ແມ່ນເຄື່ອງມືຊ່ວຍການວິເຄສະ
  29. EA (Expert Advisor) ເປັນໂປຣແກຣມການຊື້ຂາຍ Auto ໂດຍການເຮັດວຽກຕາມຄຳສັ່ງທີ່ຂຽນໄວ້ຂອງນັກພັດທະນາ.
  30. Technical Analysis ແມ່ນການວິເຄາະທາງເທັກນິກ.
  31. Fundamental Analysis ແມ່ນການວິເຄາະປັດໃຈພື້ນຖານ ຫຼື ຂ່າວເສດຖະກິດ.
  32. Hedging ແມ່ນການເປັນຄຳສັ່ງທາງສອງທາງ BUY & SELL 
  33. Risk ແມ່ນຄວາມສ່ຽງໃນການເທຣດ
  34. Risk Management ແມ່ນການບໍລິຫານຄວາມສ່ຽງໃຫ້ໜ້ອຍລົງ.
  35. Mindset ແມ່ນຊຸດຄວາມຄິດ ເຊັ່ນ: ອາລົມ, ຄວາມຮູ້ສຶກ, ຈິດຕະວິທະຍາໃນການຊື້ຂາຍ
  36. MM (Money Management) ແມ່ນການບໍລິຫານເງີນທຶນໃຫ້ມີຄວາມປອດໄພ.

Spread, Bid, Ask

Spread ແມ່ນຄ່າບໍລິການ, ຄ່າທຳນຽມໃນການເທຣດທີ່ໂບກເກີຄິດໄລ່ຈາກເຮົາ
ເມື່ອເຮົາເປີດ Order ທຸກຄັ້ງບໍ່ວ່າເຮົາຈະເທຣດຄູ່ເງີນໃດກໍ່ຕາມ ເຮົາກໍ່ຈະຖືກ “ຕິດລົບທັນທີທຸກຄັ້ງ”
ຕົວຢ່າງ: ເມື່ອເຮົາສົ່ງຄຳສັ່ງຊື້ XAUUSD ເຮົາຈະຕິດລົບທັນທີ 3.0pip (ແມ່ນຄ່າາບໍລິການ ຫຼື ທຳນຽມ)

ວ່າງຂອງ Bid & Ask =Spreads

Bid ແມ່ນລາຄາຂາຍ  ທີ່ໂບກເກີສະເໜີໃຫ້. ເຊີ່ງໃຊ້ກັບອໍເດີ Order Sell position
Ask ແມ່ນລາຄາຊື້  ທີ່ໂບກເກີສະເໜີໃຫ້.ເຊີ່ງໃຊ້ກັບອໍເດີ Order Buy position

Leverage ແມ່ນຫຍັງ?

Leverage ແມ່ນອັດຕາສ່ວນຄຳນວນ Margin ໃຫ້ເພີ່ມຂຶ້ນ ເພື່ອສາມາດນຳເງີນຈຳນວນໜ້ອຍເຂົ້າໄປຊຶ້ຂາຍເງີນຈຳນວນຫຼາຍຕາມ Contract Size 100,000$ ໄດ້. ຕົວຢ່າງ: ຖ້າເຮົາໃຊ້ Leverage ໃນການເທຣດ ເຮົາຕ້ອງມີເງີນຈຳນວນ 100,000ໂດລາ ເພື່ອວາງມັດຈຳເພື່ອເປີດອໍເດີ 1Lot.

ເຊີ່ງຄວາມໝາຍງ່າຍໆ ຄື Leverage ຊ່ວຍໃຫ້ນັກລົງທຶນ ເພີ່ມຜົນລັບໃນການລົງທຶນ ຫຼື ເພີ່ມຂະໜາດຂອງການລົງທຶນຫຼາຍກວ່າເງີນທີ່ມີຢູ່ຈິງ

Leverage

ຍົກຕົວຢ່າງ :
Leverage 1:1000 , 1:500-1:100, 1:1

  • ຕົວຢ່າງ: ໃຊ້ Leverage 1:1000 ມີຄວາມໝາຍວ່າ: ຖ້າເງີນທຶນ 100 USD ສາມາດຄວບຄຸມການເທຣດທີ່ມີມູນຄ່າ 100,000USD
  • ຕົວຢ່າງ: ໃຊ້ Leverage 1:100 ມີຄວາມໝາຍວ່າ: ຖ້າເງີນທຶນ 100 USD ສາມາດຄວບຄຸມການເທຣດທີ່ມີມູນຄ່າ 10,000USD

Balance, Equity, Margin Free Margin, Margin Levels

Balance ແມ່ນຫຍັງ?

Balance ແມ່ນຈຳນວນເງີນທຶນທີ່ເຮົາມີໃນພອດ ເຊີ່ງມີການປ່ຽນແປງໃນກໍ່ຕໍ່ເມື່ອເຮົາມີການຊື້-ຂາຍ ແລ້ວປິດອໍເດີ ຈະສະແດງຂຶ້ນ ຫຼື ຫຼຸດລົງຕາມການກຳໄລ ແລະ ຂາດທຶນ

Equity ແມ່ນຫຍັງ?

Equity ແມ່ນຈຳນວນເງີນປັດຈຸບັນຂອງບັນຊີ (ລວມກຳໄລ ຫຼື ຂາດທຶນທີ່ຍັງບໍ່ທັນປິດອໍເດີ)

Margin ແມ່ນຫຍັງ?

Margin ແມ່ນຈຳນວນເງີນຫຼັກປະກັນທີ່ທາງໂບຣກເກີຫັກຈາກເທຣດເດີ ເວລາທີ່ເປີດອໍເດີ, ເຊີ່ງເງີນສ່ວນໂບຣກເກີຈາກບໍ່ເອົາໄປໃສ ເວລເຮົາປິດອໍເດີ ໂບຣກກໍ່ຈະສົ່ງເງີນຄືນ. ຫຼື ເວົ້າອີກແບບໜື່ງ ຈຳນວນເງີນທີ່ໃຊ້ເທຣດເພື່ອໃຫ້ສາມາດອອກອໍເດີ

ສູດຄຳນວນ Margin
(ລາຄາປັດຈຸບັນ) x Lot x Contrac size/Leverage

Free Margin ແມ່ນຫຍັງ?

Free Margin ແມ່ນຈຳນວນເງີນທີ່ຍັງເຫຼືອຈາກ Margin ຫຼື used Margin ເຊີ່ງມັນບົງບອກເຖີງຈຳນວນເງີນທີ່ເຮົາສາມາດອອກອໍເດີເພີ່ມອີກ

ສູດຄຳນວນ Margin Free
Margin Free = Equity- used Margin

Margin Level ແມ່ນຫຍັງ?

Margin Level ແມ່ນສະຖານະຕົວເລກທີ່ສະແດງໃຫ້ເຫັນຄວາມພອດໄພຂອງພອດເຮົາ ຖ້າເປີເຊັນຫຼາຍສະແດງວ່າປອດໄພ.

ສູດຄຳນວນ Margin Level
Margin Free = (Equity/margin) x 100

Margin Call ແມ່ນຫຍັງ?

Margin Call ແມ່ນການແຈ້ງເຕືອນວ່າບັນຊີເທຣດຂອງລຸກຄ້າໃກ້ຈະເກີດການ Stop Out ຫຼື ແຈ້ງເຕືອນການລ້າງພອດ.

ຖ້າເກີລັກສະນະແບບນີ້ສາມາດຝາກເງີນ ຫຼື ປິດອໍເດີໄວ້ກ່ອນ, ກ່ອນຈະເກີດການ Stop Out, ຖ້າເກີດການ Stop out ແລ້ວລະບົບຈະເຄຍອໍເດີອອກທັງໝົດດເມື່ອຫຼັກປະກັນເຫຼືອ 0%

Broker ແມ່ນຫຍັງ?

ແມ່ນບໍລິສັດໃດໜຶ່ງທີ່ສ້າງຂຶ້ນມາເພື່ອສະແຫວງຜົນກຳໄລທີ່ເປັນຕົວແທນນການສົ່ງຄຳສັ່ງ ຊື້-ຂາຍລະຫວ່າງ ນັກເທຣດ ກັບ ຕະຫຼາດ, ໂດຍໂບກເກີຈະກຳໄລຈາກ ຄ່າ Spread, Commision ເປັນຕົ້ນ

ໜ້າທີ່ຂອງ Broker ແມ່ນາສະໜອງການ ຝາກ-ຖອນ , ຈັດສົ່ງຄຳສັ່ງຊື້ຂອງລູກຄ້າໃຫ້ຕະລາດ ແລະ ອື່ນໆຫຼາກຫຼາຍ